ເລີ່ມຕົ້ນໃນປີ 2023, ໂຄງການສິນເຊື່ອອາກອນຂອງຄອບຄົວທີ່ເຮັດວຽກ (WFTC) ຈະໃຫ້ການຊໍາລະຕັ້ງແຕ່ $300 ເຖິງ $1,200 ໃຫ້ແກ່ບຸກຄົນທີ່ມີລາຍຮັບຕໍ່າຫາປານກາງ ທີ່ມີເງື່ອນໄຂບາງຢ່າງໃນການມີສິດ.
ໃຜມີສິດ?
ເພື່ອມີເງື່ອນໄຂຮັບສິນເຊື່ອນີ້, ທ່ານຕ້ອງປະຕິບັດຕາມສິ່ງຕໍ່ໄປນີ້ທັງໝົດສໍາລັບປີທີ່ອ້າງສິດຮັບເອົາສິນເຊື່ອ:
- ທ່ານ (ແລະ ຄູ່ສົມລົດຂອງທ່ານ, ຖ້າຍື່ນເອກະສານແຈ້ງເສຍອາກອນຮ່ວມກັນ) ໄດ້ຍື່ນເອກະສານແຈ້ງເສຍອາກອນຂອງລັດຖະບານກາງ.
- ມີເງື່ອນໄຂສຳລັບສິນເຊື່ອອາກອນລາຍຮັບຈາກລັດຖະບານກາງ (EITC) ຫຼື ຈະມີເງື່ອນໄຂສໍາລັບ EITC, ແຕ່ກຳລັງປະກອບເອກະສານດ້ວຍເລກປະຈຳຕົວຜູ້ເສຍອາກອນສ່ວນບຸກຄົນ (ITIN).
- ມີອາຍຸຢ່າງໜ້ອຍ 25 ປີ ແລະ ຕໍ່າກວ່າ 65 ປີ ຫຼື ມີລູກທີ່ມີເງື່ອນໄຂ.
- ອາໄສຢູ່ໃນ ລັດວໍຊິງຕັນ ຫຼາຍກວ່າ 183 ວັນ.
ວົງເງິນສິນເຊື່ອແມ່ນເທົ່າໃດ?
ຈໍານວນສິນເຊື່ອແຕກຕ່າງກັນໄປຕາມ ຈໍານວນເດັກນ້ອຍທີ່ມີເງື່ອນໄຂ ແລະ ລະດັບລາຍຮັບ.
ຈໍານວນສິນເຊື່ອສູງສຸດແມ່ນຕັ້ງແຕ່ $300 ຫາ $1,200 ໂດຍຂຶ້ນກັບຈໍານວນເດັກນ້ອຍທີ່ມີເງື່ອນໄຂ (ເບິ່ງຕາຕະລາງລຸ່ມນີ້). ຈາກນັ້ນ ຈຳນວນເຫຼົ່ານີ້ແມ່ນຫຼຸດລົງໂດຍອີງຕາມເກນລາຍຮັບ, ຄ້າຍຄືກັນກັບໂຄງການຂອງລັດຖະບານກາງ. ຈໍານວນສິນເຊື່ອຕໍ່າສຸດແມ່ນ $50, ໂດຍບໍ່ຄໍານຶງເຖິງຈໍານວນເດັກນ້ອຍທີ່ມີເງື່ອນໄຂ.
ຈຳນວນເດັກນ້ອຍທີ່ມີເງື່ອນໄຂ |
ວົງເງິນສິນເຊື່ອສູງສຸດ |
---|---|
0 |
$300 |
1 |
$600 |
2 |
$900 |
3 ຫຼື ຫຼາຍກວ່າ |
$1,200 |
ສະຫມັກແນວໃດ?
ໂດຍເລີ່ມຕົ້ນໃນປີ 2023, ບຸກຄົນທີ່ມີສິດຈະສະໝັກກັບ Department of Revenue.
ເຊີນພວກເຮົາ
ເພື່ອຜູ້ບັນຍາຍໃຫ້ນໍາສະເໜີຕໍ່ກັບທ່ານ ຫຼື ອົງກອນຂອງທ່ານ, ກະລຸນາເຂົ້າໄປທີ່ໜ້າ ການສະເໜີຜູ້ບັນຍາຍ ຂອງພວກເຮົາ.
ການສ້າງກົດລະບຽບ
ສຶກສາເພີ່ມເຕີມກ່ຽວກັບ ຂະບວນການສ້າງກົດລະບຽບຂອງ DOR ຫຼື ເຂົ້າໄປເບິ່ງ ຄໍາຖາມທີ່ຖາມເລື້ອຍໆກ່ຽວກັບການສ້າງກົດລະບຽບ ຂອງພວກເຮົາ.
ຄະນະກຳມະການໃຫ້ຄຳປຶກສາທົ່ວຊຸມຊົນ (Community Outreach Advisory Committee)
ເພື່ອຮັບປະກັນວ່າໂຄງການມີຄວາມສະເໝີພາບ ແລະ ຄວາມຕ້ອງການຂອງລູກຄ້າໄດ້ຮັບການຕອບສະໜອງ, ພວກເຮົາກໍາລັງວາງແຜນທີ່ຈະສ້າງ ຄະນະກໍາມະການໃຫ້ຄໍາປຶກສາທົ່ວຊຸມຊົນ ເພື່ອຊ່ວຍແຈ້ງ ແລະ ແນະນໍາການຈັດຕັ້ງປະຕິບັດຍຸດທະສາດການເຜີຍແຜ່ທີ່ເຂັ້ມແຂງ. ຈະມີການແຈ້ງຂໍ້ມູນເພີ່ມເຕີມເມື່ອມີຄວາມພ້ອມ.
ຄໍາຖາມ?
ອີເມວ DORWFTC@dor.wa.gov.